} />

Pages

Sunday, November 24, 2013

ຫລວງນ້ຳທາມີແຜນພັດທະນາ “ ຖ້ຳເກົາເລົາ ” ເປັນແຫລ່ງທ່ອງທ່ຽວ


      ເມື່ອບໍ່ດົນມານີ້, ຢູ່ພະແນກ ແຜນການ ແລະ ການລົງທຶນ ແຂວງຫລວງນ້ຳທາ ໄດ້ມີພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ການສຳຫລວດ-ອອກແບບສຶກສາ ໂຄງກາ ນພັດທະນາຖ້ຳເກົາ ເລົາ ເມືອງວຽງພູຄາ ແຂວງ ຫລວງນ້ຳທາ ເປັນແຫລ່ງທ່ອງ ທ່ຽວໃຫມ່. ທ່ານ ໄຊພອນ ຄູນສິ ລິເຮືອງ ຫົວຫນ້າພະແນກແຜນ ການ ແລະ ການລົງທຶນແຂວງ ຫລວງນ້ຳທາ ກ່າວວ່າ : ຖ້ຳເກົາເລົາ ແມ່ນແຫລ່ງຊັບພະຍາກອນ ທຳມະຊາດ ເປັນແຫລ່ງທ່ອງ ທ່ຽວທີ່ຈະສ້າງຜົນປະໂຫຍດ ທາງດ້ານເສດຖະ ກິດ- ສັງຄົມຂອງແຂວງ, ການພັດທະນາຖ້ຳ ດັ່ງກ່າວເປັນໂຄງການຫນຶ່ງທີ່ນອນຢູ່ໃນເປົ້າ ຫມາຍການພັດທະນາແຫລ່ງທ່ອງ ທ່ຽວ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍແມ່ນກຸ່ມບໍລິສັດ ສິນໄທ ຈຳກັດ, ເຊິ່ງມີສຳ ນັກງານຢູ່ ຊຽງຮຸ່ງ ສປ ຈີນ ລົງ ທຶນ 100% ແລະ ປະຕິບັດຕາມລະບຽບກົດຫມາຍຂອງ ສປປ ລາວ ວ່າດ້ວຍການລົງທຶນ ແລະ ຄ້ຳປະ ກັນການ ສຳຫລວດ 100 ລ້ານກີບ ຕາມສັນຍາສຳຫລວດ- ອອກແບບສຶກສາຂອງໂຄງການ
ພັດທະນາຖ້ຳເກົາເລົາ ໄລຍະ 10 ເດືອນນັບ ແຕ່ມື້ລົງນາມເຊັນສັນ ຍາບົດບັນທຶກເປັນຕົ້ນໄປ. ໄລຍະເວລາດັ່ງກ່າວ ລວມທັງ ຂຽນບົດ ວິພາດເສດຖະກິດ- ເຕັກນິກ, ການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມ. ແລະ ກໍລະນີພົບເຫັນວັດ ຖຸທີ່ມີຄ່າ ຫລື ວັດຖຸບູຮານແມ່ນບໍ່ ໃຫ້ແຕະຕ້ອງ ແລະ ປ່ຽນແປງສະພາບ ແລະ ທົດ ແທນຄ່າເສຍຫາຍໃນເມື່ອເກີດ ຄວາມເສຍຫາຍຕໍ່ສິ່ງແວດລ້ອມຊີວິດ ແລະ ຊັບສິນຂອງ ປະຊາຊົນ.

No comments:

Post a Comment