} />

Pages

Monday, November 25, 2013

ບໍ່​ຄຳ-ທອງ​ເຊ​ໂປ​ນຈະ​ຢຸດ​ການ​ຜະລິດ​ຄຳ​ຜຸ​ຜັງ​ໃນ​ເດືອນ​ທັນວາ 2013 ນີ້

   ການ ​ຜະລິດ​ຄຳຂອງ​ບໍ່​ຄຳ-ທອງ​ເຊ​ໂປ​ນ ຢູ່​ແຂວງ​ສະຫວັນ​ນະ​ເຂດ ຈະ​ຢຸດ​ລົງ​ໃນ​ເດືອນ​ທັນວາ 2013 ນີ້. ອີງ​ຕາມ​ຄຳ​ຖະ​ແຫລງ​ຈາກ​ບໍລິສັດ MMG ລ້ານ​ຊ້າງ ມີ​ເນ​ໂຣນສ໌ ລິ​ມິ​ເຕັດ ​ເຊ​ໂປ​ນ, ສ່ວນ​ການຜະ ລິດ​ທອງ​ຈະ​ຍັງຄົງ​ດຳ​ເນີນ​ຕໍ່​ໄປ​ຢ່າງ​ເຂັ້ມ​ແຂງ. ພຽງ​ໄລຍະ 12 ​ເດືອນ ​ເຖິງ​ວັນ​ທີ 30 ກັນຍາ 2013 ກໍ​ສາມາດ​ສ້າງ​ສະຖິຕິ​ໃໝ່​ໃນ​ການ​ຜະລິດ​ແຜ່ນ​ທອງ​ໄດ້​ຫລາຍ​ກວ່າ 90.000 ​ໂຕນ ​ເນື່ອງ​ຈາກ​ວ່າ​ລາ ຄາ​ຄຳ​ໄດ້​ອ່ອນ​ຄ່າ​ລົງ​ຢ່າງ​ຫລວງ ຫລາຍ​ໃນ​ປີນີ້ບວກ​ກັບຕົ້ນທຶນ​ການ​ຜະລິດ​ຄຳ​ທີ່​ເພີ່ມ​ຂຶ້ນສອງ​ເທົ່ານັບ​ແຕ່​ ປີ 2012 ຍ້ອນ​ວ່າ​ປະລິ ມານ ​ແລະ ຄຸນ​ນະພາ​ບ​ແຮ່​ຄຳ​ຜຸ​ຜັງ​ໄດ້​ຫລຸດ​ລົງ. ດັ່ງນັ້ນການ​ສືບຕໍ່​ຜະລິດ​ຄຳ​ຂອງ​ບໍ່​ຄຳ-ທອງ​ເຊ​ໂປ​ນ ຈຶ່ງ​ບໍ່​ສາມາດ​ເປັນ​ເສດຖະກິດ​ໄດ້​ອີກ.
          ແຕ່​ວ່າ​ໃນ​ເວລາ​ນີ້ ພວກ​ເຮົາ​ຕ້ອງ​ເລັ່ງ​ໃສ່​ການ​ປັບປຸງ​ປະສິດທິພາບ​ການ​ຜະລິດ​ທອງ​ໃຫ້​ໄດ້​ຫລາຍ​ທີ່​ສຸດ ​ເພື່ອ​ຮັບປະກັນ​ໃຫ້​ພວກ​ເຮົາ​ສາມາດ​ສືບຕໍ່​ເຮັດ​ໃຫ້​ທຸລະ​ກິດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ຍືນ​ຍົງ ​ແລະ ສ້າງ​ອະນາຄົດ​ທີ່​ຍາວ​ນານ​ສຳລັບ​ບໍ່​
ຄຳ-ທອງ​ເຊ​ໂປ​ນ. ພວກ​ເຮົາ​ພວມ​ທົບ​ທວນ​ໂຄງ​ສ້າງ​ການ​ດຳ​ເນີນ​ງານ​ໂດຍ​ລວມຂອງ​ບໍລິສັດ ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ທຸລະ​ກິດ​ໃນ​ອະນາຄົດ ​ແລະ ນຳ​ເອົາ​ຜົນ​ປະ​ໂຫຍ​ດທີ່​ເຂັ້ມ​ແຂງ​ມາສູ່​ຜູ້​ຖື​ຫຸ້ນ ລວມທັງ​ລັດຖະບານ​ ລາວ. ​ແຕ່​ວ່າ​ໜ້າ​ເສຍດາຍ​ທີ່​ການ​ປົດ​ພະ ນັກງານ​ອອກ​ຈາກ​ວຽກ​ແມ່ນ​ບໍ່​ສາມາດ​ຫລີກ​ເວັ້ນ​ໄດ້. ສຳລັບ​ພະ ນັກງານ​ທ້ອງ​ຖິ່ນ​ແລ້ວບັນຫາ​ດັ່ງ ກ່າວ​ຈະ​ເຮັດ​ໃຫ້​ມີ​ຜົນ​ກະທົບ​ໜ້ອຍ​ທີ່​ສຸດ ​ແລະ ຈະ​ແກ້​ໄຂ​ໃຫ້​ໄດ້​ຫລາຍ​ທີ່​ຈະ​ຫລາຍ​ໄດ້ ​ໂດຍ​ຜ່ານ​ການ​ພັດທະນາ​ຊຸມ​ຊົນ ​ແລະ ​ແຜນ​ງານ​ການ​ຫາ​ລ້ຽງ​ຊີບ. ທ່ານ​ຜູ້​ຈັດການ​ໃຫຍ່ກ່າວ.

No comments:

Post a Comment