} />

Pages

Sunday, November 24, 2013

ວັນນັ້ນ ແລະ ວັນນີ້ ທີ່ບຸນທາດຫລວງ

       ບຸນນະມັດສະການທາດ ຫລວງ-ທາດໃຫຍ່ໃນດວງໃຈ ຂອງປະຊາຊົນລາວ ທັງຊາດປະ ຈຳປີນີ້ສຳເລັດເສັດສິ້ນລົງໂດຍດີ ໂດຍບໍ່ໄດ້ປະກິ່ນອາຍຈາກຂີ້ ເຫຍື້ອ ໄວ້ໃຫ້ດົມເຫິງນານຄື ຫລາຍປີຜ່ານມາ. ເປັນແບບນີ້ຊິບໍ່ໃຫ້ຍ້ອງວ່າຄະນະຈັດຕັ້ງເກັ່ງ ແລ້ວ ຊິໃຫ້ວ່າແນວໃດ ? ເນື່ອງ ຈາກວ່າ ຫ້ອງການຈານແຍ່ຕັ້ງ ເຈີ້ນເທີ້ນຢູ່ເດີ່ນ ທາດຫລວງນີ້ເອງ ຖ້າບໍ່ເວົ້າເລື່ອງບຸນທາດຫລວງ ຈັກດີ້ ກໍຄົງເປັນການແກວ່ງຄ້ອນ ກາຍໝາກມ່ວງ, ແຕ່ກໍຄືວ່າຫັ້ນລະ, ແນວວ່າເຂົ້າອອກການແຕ່ລະມື້ກໍຕ້ອງໄດ້ຜ່ານ ເດີ່ນທາດ ຫລວງ, ຄັ້ງນັ້ນບາດຮອດມື້ບຸນແທ້ໆ ແນ່ນອນກໍຄົງບໍ່ຕື່ນເຕັ້ນສຳ ຄົນຈາກ ທາງນອກ, ແຕ່ກໍຍັງມີ ຄວາມຮູ້ສຶກໜຶ່ງເຊິ່ງຕາມ ຈານແຍ່ມາເທົ່າທຸກວັນນີ້ ນັ້ນຄືພາບເກົ່າໆຈາກການທ່ຽວບຸນທາດ ຫລວງໃນ ຕອນທ້າຍໆຊຸມປີ 1960 ຂອງຈານແຍ່. ຈຳໄດ້ ວ່າຕອນນັ້ນ ຍັງມີສາລາພັນຫ້ອງ, ສົ້ນເດີ່ນທາດຫລວງທີ່ເດ່ໄປເບື້ອງໂພນ ເຄັງ ນັ້ນຍັງເປັນປາຊ້າສຳລັບຄົນອານາຖາ, ສາມາດ ແນມເຫັນສິ່ງເສດເຫລືອຈາກການເຜົາໄໝ້ໂລງສົບ, ເດີ່ນທາດຫລວງເປີງນັ້ນຍັງ ປູດິນແດງພໍໃຫ້ຜູ້ທ່ຽວຊົມໄດ້ຂີ້ຝຸ່ນຕິດໄມ້ຕິດ ມືເມືອນຳຕອນກັບ. ຕູບ ຫລື ຜາມໂຄສະນາຂາຍ ເຄື່ອງ ແລະ ຮ້ານສະແດງ
ສ່ວນ ຫລາຍຕອນນັ້ນປຸກແບບຊົງລາວ, ບາງ ຮ້ານມຸງຫຍ້າແອ້ມຝາໄມ້ ເຮ້ຍ, ທີ່ຈານແຍ່ຕິດໃຈແຮງເວລາ ນັ້ນກໍແມ່ນ ບັນດາ ຜາມ ຫລື ຮ້ານ ວາງສະແດງຂອງບັນດາສະຖານ ທູດທີ່ປະກອບສ່ວນນຳແຕ່ລະປີ. ປຶ້ມແດງຄະຕິພົດຂອງປະທານ ມາວກໍ ແມ່ນໄດ້ຈາກຮ້ານສະຖານ ທູດ ສປ ຈີນ, ຮູບຢູຣີ ກາກາຣິນ ນັກບິນອະວະກາດຄົນທຳອິດ ຂອງໂຊວຽດ ແລະ ປະຫວັດການ ບິນອະວະກາດນັ້ນມີແຈກກັນບໍ່ ອັ້ນຢູ່ຮ້ານ ສະ ຖານທູດໂຊວຽດ. ເຊັ່ນດຽວກັບເລື່ອງຍານອະວະກາດອະພອນໂລ 11 ຢູ່ຮ້ານວາງ ສະແດງຂອງສະຖານທູດອາເມລິກາ.

     ມັນອາດເປັນຍ້ອນອາຍຸໃນໄວ ນັ້ນ, ຈານແຍ່ຈຶ່ງເຫັນວ່າບຸນທາດ ຫລວງໃນຊຸມປີດັ່ງກ່າວຄັກ ແລະ ຕິດໃຈ. ແຕ່ດຽວນີ້ ໃນຍຸກໄຮ ເທັກ, ບຸນທາດຫລວງຂອງພວກ ເຮົາໄດ້ກ້າວໄປໄກກວ່າເດີມເປັນ ຫລາຍໂຍດ, ເດີ່ນທາດຫລວງຂະຫຍາຍ ອອກກວ່າທົບເທົ່າ ທັງຢູ ຢາງກ້ຽງງາມ, ບໍ່ມີໂອກາດຈາມ ຫລື ຕັນດັງຍ້ອນຂີ້ຝຸ່ນອີກແລ້ວ.
     ເວົ້າສະເພາະໃນປີນີ້, ຈານແຍ່ ເຫັນບາງປາກົດການທີ່ຄວນ ຖອດໄວ້ເປັນບົດຮຽນ ນັ້ນກໍຄື ການຈັດການກັບຂີ້ເຫຍື້ອຫລັງ ງານໄດ້ໄວວາທັນໃຈ ຄືໄດ້ເວົ້າ ໃນເບື້ອງຕົ້ນ. ອັນທີສອງ ຕົ້ນຈຳ ປາທີ່ປູກຢາຍລຽງກັນເປັນແຖວ ຢູ່ເດີ່ນຫຍ້າຂ້າງສະພາ ລົງໄປ ຫາຄ້ອຍໂພນເຄັງນັ້ນຍັງຢູ່ຄົບຕົ້ນຄືເກົ່າ ຕ່າງກັບບຸນທາດຫລວງປີ 2012 ຈຳປາທີ່ປູກໄວ້ຢູ່ແລ້ວ ຫຍ້າ 2 ຂ້າງຫໍສະພາ (ໄປ ເບື້ອງໂພນເຄັງ ແລະ ເບື້ອງທາດຫລວງ) ນັ້ນບໍ່ຍັງເຫລືອພໍຕົ້ນ ຫລັງບຸນ, ຖ້າມີເຫລືອກໍບໍ່ລອດ ຍ້ອນຖືກບວບຊ້ຳຍ່ຳຍີ. ທີ່ປີ ນີ້ຕົ້ນ ຈຳປາທັງໝົດຍັງຢືນສະຫງ່າຢູ່ ໄດ້ນັ້ນ ຈານແຍ່ວ່າເປັນຍ້ອນ 2 ປັດໄຈ ຄືໜຶ່ງ ປີນີ້ທາງນະຄອນ ຫລວງໄດ້ເຮັດຮົ້ວກັ້ນໄວ້ ບໍ່ໃຫ້ຄົນລ່ວງໄປຮຸກສີຍ່ຳຍີໄດ້ຕາມໃຈ, ອັນທີສອງຕົ້ນຈຳປາທີ່ເອົາໄປປູກນັ້ນລ້ວນແຕ່ຢູ່ໃນໄວບ່າວໄວສາວ, ອອກດອກ ຫລາຍ ຕົ້ນ ແລ້ວ. ດັ່ງນັ້ນ ຈຶ່ງມີຄວາມທົນ ທານກວ່າຕົ້ນປະເພດອ່ອນນ້ອຍ ທີ່ປູກໃນປີ 2012.
     ປີກາຍນີ້, ທ່ານຜູ້ອ່ານຈຳໄດ້ບໍ່ ບົດ “ເຊືອກເຟືອງເຄືອງແກ່ນຕາ” ຂອງຈານແຍ່ທີ່ເວົ້າເຖິງຄວາມ ມັກງ່າຍໃຊ້ເຊືອກເຟືອງ ຢັ່ງເປັນ ເສັ້ນກັນລົດ ແລະ ອື່ນໆ, ແຕ່ປີນີ້ ພາບດັ່ງກ່າວຫລຸດລົງຫລາຍ (ຄົງບໍ່ເປັນຍ້ອນບົດຈານແຍ່ດ໋ອກ) ແຕ່ກໍມີສິ່ງໜຶ່ງ ທີ່ເຄີຍເວົ້າແລ້ວ ແຕ່ຂໍເວົ້າຕື່ມ ຄືຈານແຍ່ຕ້ອງ ການໃຫ້ເຈົ້າໜ້າທີ່ຕຳຫລວດມີ ຜາມບ່ອນປະຕິບັດງານເປັນຂອງຕົນເອງທີ່ມີ ລັກສະນະຄັກແນ່, ມີ ເຄື່ອງໝາຍທີ່ຊົງອຳນາດ ແຕ່ ຫາກບໍ່ແມ່ນນຳໃຊ້ຜາມ, ຄັນ ຈ້ອງກັ້ງທີ່ມີກາເຄື່ອງໝາຍໂຄສະນາສິນຄ້າ ທັງນີ້ເພື່ອຮັກສາລັກ ສະນະທາງການ, ລັກສະນະເຄັ່ງຂຶມ ແລະ ຄວາມມີອຳນາດ. ຈານ ແຍ່ຊົມເຊີຍນ້ຳໃຈບໍລິຈາກຂອງ ຫ້າງ ຮ້ານ-ບໍລິສັດທີ່ກວ້າງຂວາງເພື່ອແຜ່, ແຕ່ກໍເຫັນວ່າການສະຫງວນໄວ້ລັກສະນະທາງການ ແລະ ຖານະຕົວແທນແຫ່ງອຳ ນາດ ນັ້ນ ຜາມຕຳຫລວດກໍຄືຜາມ ທີ່ທາງການໃຊ້ໃນບຸນທາດຫລວງ ແລະ ງານອື່ນໆນັ້ນ ຄວນ ອອກແບບມາສະເພາະດ້ວຍງົບ ປະມານຂອງລັດເອງ ຫລື ຂໍການ ຊ່ວຍເຫລືອຈາກຫ້າງຮ້ານ-ບໍລິ ສັດ, ແຕ່ມີແບບເປັນຂອງຕົນເອງ ແລ້ວຕອບແທນບຸນ ຄຸນຜູ້ບໍລິຈາກດ້ວຍຮູບການອື່ນເຊັ່ນ: ການຍ້ອງຍໍ ຫລື ອອກຂ່າວຂອບໃຈ, ຫາກບໍ່ແມ່ນຕ້ອງແລກດ້ວຍການໂຄສະນາສິນຄ້າ ເພາະສິນຄ້າບາງຢ່າງນັ້ນມັນບໍ່ເຂົ້າກັບລັກສະນະເຄັ່ງຂຶມເອົາຈິງເອົາຈັງຂອງເຈົ້າໜ້າທີ່ຈັກດີ້.

No comments:

Post a Comment