} />

Pages

Monday, June 8, 2015

ຕຳຫຼວດໄລ່ຈັບພໍ່ຄ້າຢາ ກາງນະຄອນຫຼວງວຽງຈັນ ໄດ້ຢາ 10 ເປົາ

11401167_989163134448692_1196293453512671980_nເວລາ ປະມານ 9:00 ໂມງ ຂອງວັນທີ 7 ມິຖຸນາ 2015 ໄດ້ເກີດເຫດລົດ ໂຕໂຢຕ້າ ປຣາໂດ ໝາຍເລກທະບຽນ ຄຫ 8777 ກຳແພງນະຄອນ ຂົນຢາບ້າລາຍໃຫຍ່ ໄດ້ເກີດອຸບັກເຫດ ໃນຖະໜົນໂພນຕ້ອງ ເຂດບ້ານໂພນຕ້ອງ ພໍເກີດອຸບັດເຫດແລ້ວຄົນ ຂັບແລະຜູ້ໂດຍສານ ທັງໝົດ 4 ຄົນໄດ້ແລ່ນໜີອອກຈາກລົດໄປ. ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາ ແລະພົບເຫັນວ່າໃນກະບະ ລົດມີ ຢາບ້າທີ່ບັນຈຸມາໃນກະເປົາຂາວ ຈຳນວນ 10 ເປົາ ເຊິ່ງຄາດວ່າມີຢາບ້າບັນຈຸໄວ້ບໍ່ຕ່ຳກວ່າລ້ານເມັດ.
ຈາກນັ້ນເຈົ້າໜ້າທີ່ໄດ້ອອກຕິດຕາມໄລ່ລ່າ ຈິ່ງສາມາດຈັບໂຕຄົນຂັບລົດໄດ້ ຊື່ ທ້າວ ຄຳວາງ ອາຍຸ 42 ປີ ປະຊາຊາຊົນ ບ້ານຫຼັກ 2 ເມືອງສາລະວັນ ແຂວງສາລະວັນ ເຊິ່ງຜູ້ກ່ຽວມີຖິ່ນເກີດຢູ່ ອຸດົມໄຊ.
ສ່ວນລົດຄັນດັ່ງກ່າວອອກຊື່ເຈົ້າຂອງລົດຄື ນາງ ໝອນ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ເຫດການດັ່ງກ່າວ ເປັນເຫດການ ການພົບແລະຍຶດຢາບ້າຄັ້ງໃຫຍ່ ທີ່ສຸດໃນກາງໃຈນະຄອນຫຼວງວຽງຈັນ ເຊິ່ງການຂົນຢາບ້າຄັ້ງດັ່ງກ່າວນີ້ແມ່ນ ເຮັດແບບທ້າທາຍຕໍ່ສາຍຕາເຈົ້າໜ້າທີ່. ສ່ວນລາຍລະອຽດກຸ່ມຄົນຮ້າຍ ແລະເຄືອຂ່າຍໃຫຍ່ນັ້ນ ເຈົ້າໜ້າທີ່ກຳລັງຕິດຕາມກວດກາ ເພື່ອຈະນຳເອົາຄົນຮ້າຍມາດຳເນີນຄະດີ ໃນອັນດັບຕໍ່ໄປ.
ຂ່າວຈາກ : ລາວໂພສ




10314758_826541154103876_2860388875477626219_n 10425379_826541070770551_3861837739559326420_n 11109263_826541124103879_871140055325267355_n 11390052_826541090770549_3562175755388175130_n 11390151_826541170770541_4167185727147666143_n 11390553_826541140770544_3520659041020996993_n 11392937_826541230770535_6759494993427222117_n 11412107_826541197437205_743278547398557539_n

No comments:

Post a Comment