} />

Pages

Friday, May 8, 2015

ເລີ່ມມີການລະບາດຂອງ​ພະຍາດ​ໄຂ້​ເລືອ​ດ​ອອກແລ້ວຢູ່ບາງແຂວງພາກໃຕ້

ຕາມການລາຍງານຂອງໜ່ວຍງານເຝົ້າລະວັງພະຍາດກະຊວງສາທາ ລະນະສຸກ ຕໍ່ນັກຂ່າວ ໜັງສືພິມລາວພັດທະນາໃນວັນທີ 30 ເມສານີ້ ໃຫ້ຮູ້ວ່າ: ປັດຈຸບັນຢູ່ ບາງແຂວງ ພາກໃຕ້ໄດ້ມີການລະບາດຂອງ ພະຍາດໄຂ້ເລືອດ ອອກຫຼືໄຂ້ຍຸງລາຍ ແລ້ວເຊັ່ນ: ແຂວງອັດ ຕະປືມີ ຜູ້ຕິດເຊື້ອແລ້ວຮ້ອຍກວ່າກໍລະນີ, ແຂວງຈຳປາສັກ 45 ກໍລະນີ, ເຊກອງ 17 ກໍລະນີ, ສາລະວັນ 12 ກໍລະນີ, ສ່ວນບັນດາແຂວງ ພາກເໜືອກໍເລີ່ມມີ ກໍລະນີ້ຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຈຳ ນວນໜຶ່ງ, ຊຶ່ງຕໍ່ການ ລະບາດດັ່ງກ່າວ, ກະຊວງສາທະນະສຸກກໍໄດ້ສົ່ງພະນັກງານວິຊາການ ລົງສົມທົບ ກັບທ້ອງຖິ່ນ, ເພື່ອລົງໃຫ້ຄວາມຮູ້ໃນການທຳລາຍ ແຫຼ່ງເພາະ ພັນຂອງຍຸງລາຍຢູ່ຕາມບ້ານ ແລະ ເມືອງທີ່ມີການລະບາດ  ແລະ ເຂດທີ່ມີຄວາມສ່ຽງຈະເກີດລະບາດ, ພ້ອມທັງແນະນຳ ບັນດາໂຮງໝໍໃຫ້ ເອົາໃຈໃສ່ບໍລິການ ປິ່ນປົວຄົນເຈັບພະ ຍາດໄຂ້ເລືອດອອກເປັນຢ່າງດີ. ນອກນັ້ນກໍຍັງແນະ ນຳໃຫ້ອຳ ນາດການ ປົກຄອງແຂວງກຽມແຜນຮັບມືກັບພະຍາດດັ່ງກ່າວ, ເພື່ອສາມາດ ຕອບໂຕ້ໄດ້ທັນຖ້າຫາກ ມີການລະບາດໃຫຍ່ເກີດຂຶ້ນ ແລະ ບໍ່ສະເພາະແຕ່ບັນດາແຂວງພາກ ໃຕ້ເທົ່ານັ້ນທຸກ ແຂວງໃນປະເທດ ກໍຕ້ອງມີການຕິດຕາມເຝົ້າລະວັງພະຍາດດັ່ງກ່າວ, ພ້ອມທັງ ເປັນເຈົ້າການທຳລາຍແຫຼ່ງເພາະພັນ ຂອງຍຸງລາຍຕາມຄຳຂວັນ 5 ທີ່ກະຊວງສາທາລະນະ ສຸກວາງອອກຢ່າງເຂັ້ມງວດຄື: 1 ປິດ ຝາພາຊະ ນະທີເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳໃນພາຊະນະເຊັ່ນ : ເຕົ້າ ດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມ ອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢ່າງຕີນລົດເກົ່າທີມີນ້ຳຂັງ, 5 ປະຕິບັດໃຫ້ເປັນນິດໄສປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ, ພຽງເທົ່ານີ້ກໍຈະສ້າງມາດປ້ອງກັນໄຂ້ເລືອດອອກໄດ້.

No comments:

Post a Comment