} />

Pages

Friday, May 30, 2014

50 ບໍລິສັດ​ເປີດ​ໂອກາດ​ໃຫ້​ນັກ​ສຶກສາ​ສະໝັກ​ວຽກ

     ນັບ​ວ່າ​ເປັນ​ໂອກາດ​ອັນ​ດີ​ສຳລັບ​ນັກ​ສຶກສາ​ທີ່​ຮຽນ​ຈົບ ແລະ ພວມ​ຈະ​ຈົບ​ໃນ​ສົກຮຽນ 2013-2014 ​ເຊິ່ງມີ​ປະມານ 8 ພັນ​ກວ່າ​ຄົນ​ຈາກ 70 ສາຂາ​ຢູ່​ມະຫາ ວິທະຍາ​ໄລ​ແຫ່ງ​ຊາດ ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຕາມ​ສິ່ງ​ທີ່​ຕົນ​ເອງ​ຕ້ອງການ, ພາຍ ຫລັງ​ມີ 50 ຫົວໜ່ວຍ​ທຸລະ​ກິດ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ເຂົ້າ ຮ່ວມ​ຕະຫລາດນັດ​ສະໝັກ​ວຽກ​ງານ​ຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) 2014 ​ໃນ​ວັນ​ທີ 29 ພຶດສະພາ​ນີ້ ​ເພື່ອ​ເປີດ​ໂອກາດ​ໃຫ້​ນັກ​ສຶກສາ​ໄດ້​ສະໝັກ​ເຂົ້າ​ເຮັດ​ວຽກ​ນຳ.
      ທ່ານ ​ສາ​ສະ​ດາ​ຈານ ດຣ. ສົມ​ສີ ຍໍ​ພັນ​ໄຊ ຮອງ​ອະທິການ​ບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ກ່າວ​ວ່າ: ຕະຫລາດນັດ​ດັ່ງ ກ່າວ​ຈັດ​ຂຶ້ນ​ເພື່ອ​ອຳນວຍ​ຄວາມ​ສະ ດວກ​ໃຫ້​ແກ່​ນັກ​ສຶກສາ​ທີ່​ຈະ​ຈົບ​ສົກ​ສຶກສາ 2013-2014 ​ໄດ້​ມີ​ໂອ ກາດ​ສະໝັກ​ວຽກ​ງານ​ນຳ​ອົງ ການ ​ແລະ ບໍລິສັດ​ຕ່າງໆ​ຢູ່​ຈຸດ​ດຽວ ​ແລະ ຄັດ​ເລືອກ​ເອົາ​ເພື່ອນ​ຮ່ວມ​ງານ​ຕາມ​ຈຸດປະສົງ​ຂອງ​ຕົນຕາມ​ຕ້ອງການ, ອີກ​ດ້ານ​ໜຶ່ງ​ແມ່ນ​ເປັນ​ການ​ສ້າງ​ຄວາມ​ຮັບ​ຮູ້​ຄຸນ​ນະພາ​ບຂອງ​ນັກ​ສຶກສາ​ຈາກ​ຜູ້​ປະກອບ​ການ​ຕ່າງໆ ​ເພື່ອ​ເປັນ​ຂໍ້​ມູນ​ພື້ນຖານ​ໃນ​ການ​ປັບປຸງ​ການ​ຮຽນ-ການ​ສອນ ກໍ​ຄື​ຄຸນ​ນະພາ​ບຂອງ​ນັກ​ສຶກສາ​ໃຫ້​ດີ​ຂຶ້ນ ກວ່າ​ເກົ່າ ​ເຊິ່ງປີນີ້ຈັດ​ຂຶ້ນ​ເປັນ ຄັ້ງທີ 4 ​ແລະ ມີ​ບໍລິສັດ​ເຂົ້າຮ່ວມ​ຫລາຍ​ຂຶ້ນ ​ແລະ ຜູ້​ສະໝັກ​ງານ​ກໍ​ເພີ່ມ​ຂຶ້ນ.

No comments:

Post a Comment