} />

Pages

Thursday, January 30, 2014

ຂັບຂີ່ແບບປະຫມາດຕຳຄົນຈົນເສຍຊີວິດ

     ທ້າວ ລຸນ ອາຍຸ 24 ປີ, ນັກສຶກ ສາຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນຖືກພົນລະເມືອງດີນຳ ຕົວສົ່ງເຈົ້າຫນ້າທີ່ເພື່ອດຳເນີນຄະດີຕາມລະ ບຽບກົດຫມາຍ, ພາຍຫລັງຂັບ ຂີ່ລົດກະບະອີຊຸຊຸ ຫມາຍເລກທະ ບຽນ ກຄ 7376 ກຳແພງນະຄອນຕຳລົດຈັກຮອນດາເວັບຄັນຫນຶ່ງບໍ່ມີປ້າຍທະບຽນ ຢູ່ເຂດ ບ້ານຫນອງແຕ່ງ, ເມືອງນາຊາຍ ທອງ, ນະຄອນຫລວງວຽງຈັນ ຈົນເຮັດໃຫ້ຜູ້ຂັບຂີ່ ລົດຈັກຊື່ທ້າວ ວັນນາ ອາຍຸ 26 ປີອາຊີບກຳມະກອນ ຢູ່ບ້ານນາທອງ ເມືອງວັງ ວຽງ, ແຂວງວຽງຈັນເສຍຊີວິດຄາທີ່ ແລະ ຜູ້ຂັບຂີ່ລົດໃຫຍ່ໄດ້ພະຍາຍາມຂັບລົດ ຫລົບຫນີແຕ່ຖືກພົນລະເມືອງດີພົບເຫັນ ແລະ ຕິດຕາມຈັບຕົວສົ່ງເຈົ້າຫນ້າທີ່ເພື່ອດຳເນີນຄະດີຕາມລະບຽບກົດໝາຍໂດຍຮັບ ສາລະພາບຕໍ່ເຈົ້າໜ້າທີ່ວ່າຕົນເອງໄດ້ດື່ມ ສິ່ງມຶນເມົາແລ້ວຂັບຂີ່ລົດດ້ວຍຄວາມໄວສູງຈຶ່ງເຮັດໃຫ້ເກີດອຸປະຕິເຫດດັ່ງກ່າວ.

No comments:

Post a Comment