} />

Pages

Thursday, August 7, 2014

ເມົາຢາບ້າຂ້າເມຍແລ້ວຂ້າຕົນເອງຕາຍຕາມ

     ເມື່ອບໍ່ດົນມານີ້, ໄດ້ມີເຫດການສະລົດໃຈເມື່ອຜົວໃຊ້ມິດແທງເມຍເສຍຊີວິດ ແລ້ວແທງຕົນເອງ ຕາຍຕາມຊຶ່ງເຫດການດັ່ງກ່າວເກີດຂຶ້ນຢູ່ສວນຢາງພາລາໃນເຂດ ບ້ານອຸດົມສີນ, ເມືອງສິງ, ແຂວງຫລວງນ້ຳທາ.     
     ເຈົ້າໜ້າທີ່ ປກສ ແຂວງ ຫລວງນ້ຳທາລາຍງານໃຫ້ຮູ້ວ່າ: ຜູ້ຕາຍຊື່ທ້າວ ປື ເກາະ ໃຫຍ່ ອາຍຸ 28 ປີ ແລະ ນາງ ມີແນ ອາຍຸ 29 ປີ ທັງສອງເປັນຜົວເມຍກັນອາໄສຢູ່ ບ້ານພະຍາຫລວງ, ເມືອງ ສິງແຂວງຫລວງນ້ຳທາ, ເຊິ່ງຜູ້ເປັນເມຍມີຮອຍບາດແຜ ຖືກແທງຫລາຍສີບຈຸດຕາມຮ່າງກາຍ, ສ່ວນຜູ້ເປັນຜົວມີຮອຍ ບາດແຜ່ຖືກແທງຈຳນວນໜຶ່ງ ແລະ ພົບເຫັນຢາບ້າຈຳນວນ 24 ເມັດ ແລະ ມີດປາຍແຫລມໜຶ່ງດວງທີ່ຍັງມີຄາບເລືອດຕິດຕົກຢູ່ໃກ້ກັບສົບຂອງຜູ້ຕາຍທັງສອງ.
     ໂດຍຜ່ານການຊັນນະສູດ ແລະ ສອບຖາມຜູ້ໃກ້ຄຽງຢ່າງ ລະອຽດຂອງເຈົ້າໜ້າທີ່ຢັ້ງຢືນ ວ່າ: ເຫດຄາດຕະກຳຄັ້ງນີ້, ແມ່ນ
ຜູ້ເປັນຜົວໄດ້ເສບຢາບ້າຈົນມຶນ ເມົາຂາດສະຕິ ແລະ ໄດ້ໃຊ້ມີດ ແທງເມຍ ແລະ ຕົນເອງຈົນເສຍຊີວິດ, ເຊິ່ງຍາດພີ່ນອງຂອງຜູ້ ຕາຍໃຫ້ເຈົ້າໜ້າທີ່ຮູ້ຕື່ມວ່າ: ໃນໄລຍະຜ່ານມາຜູ້ເປັນຜົວແມ່ນ ເສບຢາບ້າເປັນປະຈຳ ແລະ ມັກມີປາກສຽງຜິດຖຽງກັບເມຍ ເປັນປະຈຳ, ແຕ່ບໍ່ຄາດຄິດວ່າຊີວິດ ຂອງຄອບຄົວນີ້ຈະຈົບລົງດ້ວຍ ເຫດໜ້າເສົ້າສະເທືອນຂວັນດັ່ງກ່າວ.

No comments:

Post a Comment