} />

Pages

Friday, September 13, 2013

ຄະດີລັກລອບຄ້າຂາຍໄມ້ເປັນຄະດີພົ້ນເດ່ັນໃນຮອບຕົ້ນປີ 2013



           ກົມຕຳຫລວດເສດຖະກິດ ກະຊວງປ້ອງກັນຄວາມສະຫງົບເປີດເຜີຍວ່າ: ໃນ ຮອບ 6 ເດືອນຕົ້ນປີ 2013, ທົ່ວປະ ເທດມີຄະດີເສດຖະກິດ ເກີດຂຶ້ນທັງໝົດ 150 ເລື່ອງ, ໃນນັ້ນ ແມ່ນຄະດີລັກລອບຄ້າ ຂາຍໄມ້ຜິດກົດໝາຍໄດ້ກາຍ ເປັນຄະດີ
ພົ້ນເດັ່ນມີ 43 ເລື່ອງ ກວມເອົາ 29% ຂອງຈຳນວນຄະດີທັງໝົດ, ຮອງລົງມາແມ່ນຄະດີສໍ້ໂກງຊັບພົນລະເມືອງມີ 32 ເລື່ອງ ແລະ ອື່ນໆ ລວມມີມູນຄ່າເສຍຫາຍຫລາຍກວ່າ 200 ຕື້ກີບ, 4 ລ້ານກວ່າໂດລາ ແລະ ສາມາດຢຶດໄມ້ຂະຍຸງເຊິ່ງເປັນປະເພດ ໄມ້ຫວງຫ້າມໄດ້ຫລາຍກວ່າ 16.000 ແມັດກ້ອນ, ລົດບັນທຸກ 12 ຄັນ.
         ຮອງຫົວໜ້າກົມຕຳຫລວດເສດຖະກິດ ໃຫ້ຮູ້ວ່າ:ການຊື້-ຂາຍ ໄມ້ທີ່ຜິດກົດໝາຍດັ່ງກ່າວໄດ້ກາຍເປັນປາກົດການຫຍໍ້ ທໍ້ໜຶ່ງໃນສັງຄົມໂດຍພວກເຂົາໄດ້ຈັດຕັ້ງເປັນຂະບວນໂດຍມີນາຍໜ້າເຂົ້າມາຊື້ຈ້າງປະຊາຊົນຜູ້ບໍ່ຮູ້ເທົ່າເຖິງການເຂົ້າປ່າລັກ ຕັດໄມ້ມີຄ່າຕ່າງໆໂດຍສະເພາະໄມ້ຂະຍຸງ ເພື່ອສົ່ງຂາຍໄປປະເທດໃກ້ຄຽງ ດ້ວຍລາຄາສູງ ແລະ ຜ່ານມາ ເຖິງວ່າກຳລັງເຈົ້າໜ້າ ທີ່ພວກ ເຮົາໄດ້ອອກແຮງເຄື່ອນໄຫວສະກັດກັ້ນຂະບວນການດັ່ງກ່າວ, ແຕ່ກໍຍັງມີຜົນໜ້ອຍເພາະພວກໂຈນ ລັກໄມ້ໄດ້ເຄື່ອນ ໄຫວຢ່າງເລິກແລບແນບນຽນ, ບາງຄັ້ງພວກເຂົາໃຊ້ເງິນຄຳຊື້ຈ້າງອອບອອຍອຳນາດການປົກຄອງ ແລະ ເຈົ້າໜ້າທີ່ຂອງພວກ ເຮົາກໍມີ ແລະ ຮ້າຍແຮງໄປກວ່ານັ້ນ, ພວກເຂົາໄດ້ນຳໃຊ້ຮອດອາວຸດ ແລະ ພາຫະນະອັນທັນສະໄໝເພື່ອສາມາດຫລົບຫລີກ
ການກວດກາຂອງກຳລັງເຈົ້າໜ້າທີ່ພວກເຮົາ. ດັ່ງນັ້ນ ເພື່ອສາມາດສະກັດກັ້ນບັນຫາດັ່ງກ່າວໃຫ້ຫລຸດຜ່ອນລົງ, ພວກເຮົາຈະ ຕ້ອງໄດ້ເຮັດຢ່າງຈິງຈັງ ແລະ ດ້ວຍຄວາມຮັບຜິດຊອບສູງ, ທຸກພາກສ່ວນຕ້ອງເປັນເຈົ້າການປະສານສົມທົບແໜ້ນກັບອຳນາດ ການປົກຄອງທ້ອງຖິ່ນເພື່ອສ່ອງແສງລາຍງານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຂັ້ນເທິງຮັບຊາບໂດຍໄວ ແລະ ມີວິທີການສະ ກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ.

No comments:

Post a Comment