} />

Pages

Friday, September 13, 2013

ລາຄາສິນຄ້າບໍລິໂພກຢູ່ຕະຫຼາດນະຄອນຫຼວງວຽງຈັນມີການເໜັງຕີງເພີ່ມຂຶ້ນເລັກໜ້ອຍ



         ໃນປັດຈຸບັນລາຄາສິນຄ້າ ປະເພດເຄື່ອງບໍລິໂພກ:ຊິ້ນ, ປາ ແລະ ພຶດຜັກ ຕ່າງໆທີ່ຊາວຄ້າຂາຍນຳມາວາງຂາຍຢູ່ຕາມຕະ ຫຼາດຕ່າງໆໃນນະຄອນຫຼວງວຽງ ຈັນເຖິງຈະມີສະພາບເໜັງຕີງ ດ້ານລາຄາເລັກໜ້ອຍແຕ່ກໍພໍສາມາດຕໍ່ລອງກັນ ໄດ້ຂະນະ ທີ່ສັດ ນ້ຳທຳມະຊາດປະເພດປາດຸກ, ປາຄໍ່, ກົບ ແລະ ອ່ຽນເຫັນວ່າມີລາ ຄາແພງເນື່ອງຈາກສັດນ້ຳປະເພດດັ່ງກ່າວເປັນສັດທີ່ ຫາໄດ້ ຍາກໃນປັດຈຸບັນ ແລະ ມີຄົນເປັນຈຳນວນຫຼາຍທີ່ຍັງຕ້ອງການບໍລິໂພກສັດຈຳພວກນີ້, ຂະນະດຽວກັນ ສັດຈຳພວກດັ່ງ ກ່າວນັບມື້ຍິ່ງຫຼຸດໜ້ອຍຖອຍລົງຈຶ່ງເຮັດໃຫ້ມີລາຄາແພງຂຶ້ນ ດັ່ງທຸກມື້ນີ້.
          ຜ່ານຈາກການລົງຕິດຕາມ ສະພາບລາຄາຊີ້ນ,ປາ,ອາຫານ ແລະ ພຶດຜັກ ຕ່າງໆຂອງນັກຂ່າວ ພວກເຮົາຢູ່ຕາມຕະຫຼາດ ຫຼາຍ ແຫ່ງເຫັນວ່າຍັງຄົງຢູ່ໃນລະດັບ ເກົ່າເຊັ່ນ:ຫອມບົ່ວ ລາຄາສະເລ່ຍ 8-12 ພັນກີບ ຕໍ່ກິໂລ,ຫອມປ້ອມ ລາຄາສະເລ່ຍ 20-25 ພັນກີບຕໍ່ ກິໂລ,ໝາກເຜັດລາຄາສະເລ່ຍ 20-25 ພັນກີບຕໍ່ກິໂລ,ໝາກເລັ່ນ ກິໂລລະ 5-6 ພັນກີບ, ໝາກນາວກິໂລລະ 4-6 ພັນກີບ ແລະ ຜັກອື່ນໆ ກໍນັບວ່າລາຄາຢູ່ໃນເກນປົກກະຕິດ, ເນື່ອງຈາກ
ໄລຍະນີ້ໄດ້ເລີ່ມ ເຂົ້າສູ່ທ້າຍລະດູຝົນ, ຊາວສວນ ສ່ວນໃຫຍ່ໄດ້ຫັນມາປູກພືດຕາມລະດູການຢ່າງກວ້າງຂວາງ, ແຕ່ຂະນະ ດຽວກັນລາຄາປະເພດຊີ້ນ, ປາເຫັນວ່າມີການເໜັງ ຕີງ ເລັກໜ້ອຍເປັນຕົ້ນຊີ້ນງົວ ລາວສະເລ່ຍຈະຢູ່ໃນລະດັບ 65-70 ພັນກີບຕໍ່ກີໂລ,ຊີ້ນໝູລາຄາ 30-35 ພັນກີບຕໍ່ກິໂລ, ເປັດ-ໄກ່ 35-40 ພັນກີບຕໍ່ກິໂລ, ປາກະຊັງ ແລະ ປາດຸກພັນລາຄາ 16-20 ພັນກີບຕໍ່ກິໂລ, ສຳລັບສັດນ້ຳທຳມະຊາດຍິ່ງສືບຕໍ່ມີລາຄາ ແພງຂຶ້ນເປັນຕົ້ນກົບ, ອ່ຽນມີລາຄາ 70-80 ພັນກີບຕໍ່ກິໂລ ແລະ ປາດຸກທຳມະຊາດລາຄາກວ່າ 1 ແສນກີບຕໍ່ກິໂລ, ສ່ວນປະເພດປານ້ຳຂອງທີ່ເຄີຍວາງຂາຍຢູ່ຕາມທ້ອງຕະຫຼາດໃ ນເມື່ອກ່ອນມາຮອດປັດຈຸບັນກໍເກືອບຈະບໍ່ມີ ແລະ ຖ້າມີກໍເປັນພຽງປາລ້ຽງເທົ່ານັ້ນ.

No comments:

Post a Comment