} />

Pages

Friday, September 13, 2013

ແຂວງບໍ່ແກ້ວປະກາດຈົບຊັ້ນປະຖົມບຳລຸງຢ່າງເປັນທາງການ

            ແຫລ່ງຂ່າວຈາກ ແຂວງບໍ່ແກ້ວແຈ້ງໃຫ້ຮູ້ວ່າ: ວັນທີ 11 ກັນຍານີ້, ແຂວງ ບໍ່ແກ້ວ ໄດ້ຈັດພິທີປະກາດຈົບການສຶກສາຊັ້ນປະຖົມບໍາລຸງທົ່ວແຂວງຂຶ້ນຢ່າງເປັນ ທາງການໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດຣ. ພັນຄໍາ ວິພາວັນ ກຳມະການກົມ ການເມືອງສູນກາງພັກ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ຄໍາໝັ້ນ ສູນວິ ເລີດ ກຳມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ, ມີອຳນາດການປົກຄອງແຂວງພ້ອມດ້ວຍພະນັກງານລັດຖະກອນ  ແລະ ຄູອາ ຈານ, ນັກຮຽນນັກສຶກສາເຂົ້າຮ່ວມເກືອບ 2.000 ຄົນ.                    
          ໃນພິທີໄດ້ມອບໃບຢັ້ງຢືນປະກາດຈົບຊັ້ນປະຖົມບໍາລຸງທົ່ວແຂວງ, ມອບຫລຽນໄຊແຮງງານຊັ້ນ I , ຊັ້ນ II, ຊັ້ນ III ຈໍານວນ 86 ຫລຽນ, ຫລຽນກາ ແຮງງານ  56 ຫລຽນ ພ້ອມ ໄດ້ມອບໃບຍ້ອງຍໍລັດຖະບານຈໍານວນ 208 ໃບ ແລະ ໃບຍ້ອງຍໍຂອງເຈົ້າແຂວງຈໍານວນ 150 ໃບໃຫ້ແກ່ບຸກຄົນ ແລະ ກົມກອງຕ່າງໆ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ໂດຍລັດຖະມົນ ຕີວ່າການກະຊວງສຶກສາທິການ ແລະ ກິລາ ແລະ  ເຈົ້າແຂວງໆບໍ່ແກ້ວໄດ້ຜັດປ່ຽນກັນມອບການຍ້ອງຍໍດັ່ງກ່າວ.        
             ຫົວໜ້າພະແນກສຶກສາ ແລະ ກິລາແຂວງບໍ່ແກ້ວ ໄດ້ລາຍງານຕໍ່ພິທີວ່າ:ສະພາບການພັດທະນາການສຶກສາຂອງ ແຂວງ ໃນໄລຍະຜ່ານມມາ່ສະເພາະ ແມ່ນສົກຮຽນ 1995-1996 ທ່ົວແຂວງມີໂຮງຮຽນປະຖົມສຶກ ສາພຽງ171 ແຫ່ງ, ມີຄູສອນ 450 ຄົນ, ຍິງ 80 ຄົນ, ມາ ໃນສົກຮຽນ 2012-2013 ໂຮງຮຽນປະຖົມສຶກສາເພີ່ມຂຶ້ນເປັນ 190 ແຫ່ງ, ມີນັກ ຮຽນທັງໝົດ 27.210 ຄົນ, ຍິງ 12.822 ຄົນ, ມີຄູສອນທັງໝົດ 963 ຄົນ, ຍິງ 403 ຄົນ, ຜົນການ ສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ ປະຖົມສຶກສາລວມທັງພາກລັດ ແລະ ເອກະຊົນບັນລຸໄດ້ 93,6% ແລະ ເພື່ອເຮັດໃຫ້ການສຶກສາຂອງແຂວງ ມີບາດກ້າວຂະ ຫຍາຍຕົວ,ພະແນກສຶກສາ ແລະ ກິລາແຂວງໄດ້ວາງທິດທາງແຜນການພັດທະນາການສຶກສາໃນຕໍ່ໜ້າຄື ຈະສືບຕໍ່ສູ້ຊົນປະຕິບັດໂຄງປະຕິຮູບການສຶກສາໄລ ຍະ II  ໃຫ້ປະສົບຜົນສຳເລັດແນໃສ່ຍົກສູງຄຸນນະພາບການຮຽນການ ສອນຂອງຄູ ແລະ ນັກຮຽນ ເສັງເລື່ອນຂັ້ນ ແລະ ຈົບປະຖົມໃຫ້ໄດ້ 95%,ຈະດໍາເນີນການ ຮຽນ-ການສອນລຶບລ້າງຄວາມ ບໍ່ຮູ້ໜັງສື ແລະ ສືບຕໍ່ບໍາລຸງຍົກລະດັບການສຶກສາຊັ້ນປະຖົມບໍາລຸງໃຫ້ແກ່ປະຊາຊົນໃນກຸ່ມເປົ້າ ໝາຍອາຍຸ 15-40 ປີໃຫ້ໄດ້ 99 % .             
          ໃນພິທີຍັງໄດ້ຜ່ານບົດຕົວ ແບບການຊີ້ນໍາໆພາຊຸກຍູ້ຂະ ບວນການຮຽນ-ການສອນຂອງອໍານາດການປົກຄອງຂັ້ນ ເມືອງ, ຕົວແບບການວາງແຜນຈັດຕັ້ງປະຕິບັດການຮຽນ-ການສອນບໍາລຸງຊັ້ນປະຖົມຂອງຫ້ອງການສຶກສາເມືອງ, ຕົວແບບນໍາ ພາການຈັດຕັ້ງການຮຽນ-ການສອນຂັ້ນບ້ານ, ຜ່ານບົດຕົວແບບການສິດສອນການສຶກສານອກໂຮງຮຽນຂອງຄູອາສາສະໝັກ  ແລະ ຕົວແບບໃນການຄົ້ນຄວ້າຮໍ່າຮຽນໜັງສືຄວບຄູ່ກັບການພັດທະນາຄຸນນະພາບຊີວິດຂອງນັກຮຽນປະຖົມບໍາລຸງອີກດ້ວຍ ເພື່ອເປັນຕົວແບບໃນການສືບຕໍ່ຈັດ ຕັ້ງປະຕິບັດວຽກງານສຶກສາ ນອກໂຮງຮຽນໃຫ້ມີປະສິດທິຜົນສູງຂຶ້ນ.

No comments:

Post a Comment