} />

Pages

Wednesday, November 20, 2013

ກອງປະຊຸມໂຕະມົນຄັ້ງທີ 11 ແນໃສ່ເລັ່ງລັດການບັນລຸເປົ້າຫມາຍສະຫັດສະວັດດ້ານການພັດທະນາຂອງລາວ


         ກອງ ​ປະຊຸມ​ໂຕະມົນ​ລະດັບ​ສູງ​ຄັ້ງທີ 11 ພາຍ​ໃຕ້​ຫົວ​ຂໍ້ “​ເລັ່ງ ລັດ​ການ​ບັນລຸ​ເປົ້າໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ ​ແລະ ການ​ພັດທະນາ​ແບບ​ສົມສ່ວນ​ທີ່​ມີ​ສ່ວນ​ຮ່ວມ”​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການໃນ ​ວັນ​ທີ19 ພະຈິກນີ້ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນ ຫລວງ​ວຽງ​ຈັນ​ໂດຍ​ການ​ໃຫ້​ກຽດ​ກ່າວ​ໄຂ​ກອງ​ປະຊຸມ​ຂອງ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ ລັດຖະມົນຕີ​ແຫ່ງສ ປປ ລາວ ແລະ ກອງ​ປະຊຸມ​ດຳ​ເນີນ​ພາຍ​ໃຕ້​ການ​ເປັນ​ປະທານຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີລັດຖະ ມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ຮາວ​ລຽງຊູ ຜູ້​ຊ່ວຍ​ຜູ້ອຳນວຍການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາທັງ​ເປັນ​ ເອກອະທິບໍດີ​ຮັບຜິດຊອບ​ພາກພື້ນອາຊີ-ປາຊີ​ຟິກ, ມີ​ບັນດາ​ຜູ້​ແທນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫລາຍ​ກວ່າ 400 ທ່ານ​ເຂົ້າຮ່ວມ.
          ກອງ ​ປະຊຸມ​ໂຕະມົນ​ລະດັບ​ ສູງ​ຄັ້ງນີ້​ເພື່ອ​ເປັນ​ການ​ແຈ້ງ​ສະ ພາບ​ການ​ພັດທະນາຂອງສປປ ລາວ ​​ໂດຍ​ສະ​ເພາະ​ແມ່ນ​ຜົນສຳ​ເລັດ ​ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ປະຕິບັດ​ເປົ້າໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາໃຫ້​ ບັນດາ​ຄູ່​ ຮ່ວມ​ພັດທະນາ​ໄດ້​ຮັບ​
ຊາບ ​ແລະ ພ້ອມ​ທັງ​ນຳ​ສະ​ເໜີ​ຫົວ​ຂໍ້​ຕ່າງໆ ​ໃຫ້​ຜູ້​ແທນ​ກອງ​ປະຊຸມ​ໄດ້​ປະ ກອບ​ຄຳ​ເຫັນເຊັ່ນ:ຜົນ​ຂອງ​ການ​ທົບ​ທວນ​ກາງ​ສະ​ໄໝ​ແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງທີ VII;ຄວາມ​ຄືບ​ໜ້າ ​ແລະ ສິ່ງ​ທ້າ​ທາຍ​ໃນ​ການຈັດຕັ້ງ ປະຕິບັດ​ເປົ້າໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ ​ແລະ ທິດ​ ທາງ​ຕໍ່ໜ້າ​ເພື່ອ​ບັນລຸ​ເປົ້າໝາຍ​ທີ່​ຍັງ​ປະຕິບັດ​ບໍ່​ໄດ້​ຕາມ​ເປົ້າໝາຍ; ຄວາມ​ຄືບ​ໜ້າ​ໃນການຈັດຕັ້ງປະ ຕິບັດ​ວຽກ​ງານ​ການ​ປົກຄອງ, ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ, ການ​ປົກຄອງ​ໂດຍ​ກົດໝາຍ ແລະ ການ​ປັບປຸງ​ການ​ບໍລິການ​ຂອງ​ລັດ;ພ້ອມທັງ​ຫົວ​ຂໍ້ຄວາມ​ຄືບ​ໃນ​ການ​ປະຕິບັດ​ວຽກ​ງານ​ການ​ເງິນ ​ແລະ ບາດກ້າວ​ສຳຄັນ​ຂອງ​ຂະ ​ແໜ່​ງດັ່ງກ່າວ ​ເພື່ອ​ບັນລຸ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງທີ VII ​ແລະ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ການ​ເປັນ​ຄູ່​ຮ່ວມ​ເພື່ອ​ຍົກ​ສູງ​ປະສິດທິ​ຜົ​ນຂອງ​ການ​ພັດທະນາ.
          ​ ໃນ​ໂອກາດກ່າວ​ເປີດ​ກອງ​ປະຊຸມ,ທ່ານນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ​ໃນ​ການຈັດ ຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ VII (2011- 2015) ​ໄລຍະ​ກາງ​ສະ​ໄໝ ເຊັ່ນ:ສາມາດ​ຮັບປະກັນ ໄດ້​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ,​ ເສດຖະ ກິດ​ຂອງ​ລາວ​​ເຕີບ​ໃຫຍ່​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນທ່ຽງ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ເພີ່ມ​ຂຶ້ນສະ​ເລ່ຍ 3 ປີ ບັນລຸ 8,2%, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ,ອັດຕາ​ຄວາມທຸກ​ ຍາກ​ຫລຸດ​ລົງ​ຈາກ 27,6% ​ໃນ​ສົກ​ປີ 2007- 2008 ມາ​ເປັນ 20,5% ​ໃນ​ສົກ​ປີ 2012-2013 ​ແລະ ຄວາມ​ຄືບ​ໜ້າ​ຂອງ​ການ​ບັນລຸ​ເປົ້າໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະ​ນາ​ຈຳ ນວນ​ໜຶ່ງ​ເຊັ່ນ:ເປົ້າໝາຍ​ທີ 3 : ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​-ຊາຍ,ເປົ້າໝາຍ​ທີ6:ການ​ຕ້ານ​ພະຍາດ​ເອດ,ວັນນະ​ ໂລກ ​ແລະ ​ໄຂ້ຍຸງ;​ເປົ້າໝາຍທີ 7:​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ​ເປົ້າໝາຍ​ທີ 8: ການ​ສ້າງ​ຄູ່​ຮ່ວມ​ເພື່ອ​ການ​ພັດທະນາ.​ແຕ່​ພ້ອມ​ກັນນີ້ຍັງ​ມີ​ບາງ​ຄາດໝາຍ​ ທີ່​ຈະ​ຕ້ອງ​ໄດ້​ໃຊ້​ຄວາມ​ພະຍາຍາມ ​ແລະ ສຸມ​ທຶນຮອນ​ເຂົ້າ​ໃສ່​ປະຕິບັດ​ບາງ​ຄາດໝາຍທີ່​ຍັງ​ມີ​ຄວາມ​ທ້າ​ທາຍ ເຊັ່ນ: ເປົ້າໝາຍ​ທີ 1: ວຽກ​ງານ​ໂພ​ຊະນາ​ການໂດຍ​ສະ​ເພາະ​ການ​ຂາດ​ສານ​ອາຫານ​ຂອງ​ເດັກອາຍຸ​ລຸ່ມ 5 ປີ ​ແລະ ລວງ​ສູງ​ຕ່ຳ​ກວ່າ​ມາດຖານ; ​ເປົ້າໝາຍ​ທີ 2: ອັດຕາ​ການ​ລອດ​ເຫລືອ​ຂອງ​ນັກຮຽນ​ຊັ້ນປະຖົມ​ຍັງ​ຕ່ຳ, ອັດຕາ​ການ​ປະລະ ​ແລະ ຄ້າງ​ຫ້ອງ​ຮຽນ​ຂອງ​ນັກຮຽ​ນ​ຫ້ອງປ.1 ​ແລະ ປ.2 ຍັງ​ຫລາຍ; ເປົ້າໝາຍ​ທີ 5 ອັດຕາ​ການ​ຕາຍ​ຂອງ​ແມ່​ຍັງ​ຫລາຍຖ້າ​ທຽບ​ໃສ່​ລະດັບ​ພາກ ພື້ນ;​ ເປົ້າໝາຍ​ທີ 9: ລະ​ເບີດ​ບໍ່​ທັນ​ແຕກຍັງ​ມີ​ຫລາຍ​ໃນ​ທົ່ວ​ທຸກ​ພາກ​ຂອງ​ປະ​ເທດ ​ແລະ ຍັງ​ສືບຕໍ່​ເປັນ​ໄພ​ຄຸກ​ຄາມຕໍ່​ການ​ພັດທະນາກໍ​ຄື​ຊີວິດ​ການ​ເປັນ​ຢູ່​ຂອງ​ ປະຊາຊົນ.
            ສະນັ້ນ ​ເພື່ອ​ສືບຕໍ່​ປະຕິບັດ​ເປົ້າໝາຍ​ສະຫັດສະວັດ​ທີ່​ຍັງ​ຄົງ​ຄ້າງ​ໃຫ້​ບັນລຸ​ຕາມ ​ຄາດໝາຍ​ນັ້ນ, ນາຍົກລັດຖະມົນຕີ ​ໄດ້​ຮຽກ​​ຮ້ອງ​ທຸກ​ພາກສ່ວນກໍ​ຄືບັນດາ​ຄູ່​ຮ່ວມ​ພັດທະນາ ຈົ່ງ​ໃຫ້ການ​ສະໜັບ​ສະ​ນູນ,ຮ່ວມ​ມື ​ແລະ ປະກອບສ່ວນ​ຕາມ​ພາລະ​ບົດ ບາດ, ຄວາມ​ສາມາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ.​ເພື່ອ​ບັນລຸ​ຜົນສຳ​ເລັດ​ດັ່ງກ່າວ​ມີ​ຄວາມ​ຕ້ອງການ​ ທຶນ​ສຳລັບ​ຈັດຕັ້ງປະຕິ ບັດ​ແຕ່​ນີ້ຮອດ​ປີ2015 ​ແມ່ນ 1.220 ລ້ານ​ໂດ​ລາ​ສະຫະລັດ ສຳລັບ​ການ​ລົງທຶນ ​ແລະ 400 ລ້ານ​ໂດ​ລາ​ສະຫະລັດ ສຳລັບ​ການ​ສ້າງ​ຂີດ​ຄວາມ​ອາດ​ສາມາດ​ດ້ານ​ວິຊາ​ການ,ພ້ອມ​ນີ້ ຍັງ​ຕ້ອງການ​ທຶນຮອນ​ເພີ່ມ​ຕື່ມ​ອີກ​ຫລາຍ​ກວ່າ 300 ລ້ານ​ໂດ​ລາ​ສະຫະລັດ ຕໍ່​ປີ​ເພື່ອ​ເລັ່ງລັດ​ການຈັດຕັ້ງປະຕິບັດ​ເປົ້າໝາຍ​ສະຫັດສະວັດ​ດ້ານ​ການ​ພັດ ທະນາ​ໂດຍ​ສະ​ເພາະ​ແມ່ນ​​ເປົ້າ ໝາຍ​ທີ່​ຍັງ​ປະຕິບັດ​ບໍ່​ໄດ້.ສະນັ້ນ ສປປ ລາວ ຈຶ່ງ​ມີ​ຄວາມ​ຈຳ​ເປັນໃນ​ການ​ສືບຕໍ່​ລະດົມ​ທຶນ​ຊ່ວຍ​ເຫລືອຈາກ​ບັນດາ​ປະ​ເທດ​ ເພື່ອນ​ມິດ, ອົງການ​ຈັດ ຕັ້ງສາກົນກໍຄືຄູ່​ຮ່ວມ​ພັດທະນາ.
          ກອງ ​ປະຊຸມ​ໂຕະມົນ​ລະດັບ​ສູງຄັ້ງນີ້ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ຟົດຟື້ນ, ບັນດາ​ຄູ່​ຮ່ວມ​ພັດທະນາ​ໄດ້​ປະກອບ​ຄຳ​ເຫັນ ​ແລະຍ້ອງຍໍ​ຊົມ​ເຊີຍຕໍ່​ຄວາມ​ພະຍາຍາມ​ຂອງ​ລັດຖະບານໃນ​ການຈັດຕັ້ງປະຕິບັດ​ ບັນດາ​ບູລິ​ມະ​ສິດ​ຕ່າງໆໃນ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ 5 ປີ​ຄັ້ງທີ VII ​ແລະ ​ເປົ້າໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ, ພ້ອມ​ນັນບັນດາ​ຄູ່​ຮ່ວມ​ພັດທະນາໄດ້​ຢືນຢັນ​ວ່າ​ຈະ​ສືບຕໍ່​ໃຫ້ການ​ສະໜັບສະໜູນ ​​ທຶນຮອນ,​ ວິຊາ​ການ​ໃຫ້​ແກ່ ສປປ ລາວ ຕື່ມ​ໃນ​ອະນາ​ຄົດ.

No comments:

Post a Comment