} />

Pages

Sunday, November 24, 2013

ໜອງ​ຫານ​ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ


      ພາຍຫລັງ ​ເກີດ​ມີ​ປາ​ຕາຍ​ເປັນ​ຈຳນວນ​ຫລາຍ​ຢູ່​ໜອງ​ຫານ ບ້ານ​ນາທາມ ​ເມືອງ​ປາກງື່ມ ນະຄອນຫລວງ​ວຽງ​ຈັນ ​ແຕ່​ກາງ​ເດືອນ​ຕຸລາ 2013 ​ເປັນຕົ້ນມາ, ມາ​ຮອດ​ປັດຈຸບັນ ຍັງ​ບໍ່​ຮູ້​ສາ​ເຫດ​ທີ່​ແນ່ນອນ​ວ່າ​ປາ​ຕາຍ​ເປັນ​ຈຳນວນ​ຫລວງຫລາຍ​ໃນ​ແຕ່​ລະ​ ມື້ນັ້ນ​ຍ້ອນ​ຫຍັງ.​ເຖິງ​ວ່າ​ໜ່ວຍ​ງານ​ຂອງ​ພະ​ແນກຊັບພະຍາກ​ອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ນຳ​ເອົາ​ຕົວຢ່າງ​ນ້ຳ​​ໜອງ​ດັ່ງ ກ່າວ​ໄປ​ວິ​ເຄາະ​ວິ​ໄຈ​ຫາ​ສາ​ເຫດ​ໄດ້​ຫລາຍ​ມື້​ແລ້ວ, ​ແຕ່​ຜົນ​ການ​ກວດກາ​ກໍ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃນ​ຄຳ​ຕອບ​ແຕ່​ຢ່າງ​ໃດ ​ເຊິ່ງ​ໃນ​ຈຸດ​ນີ້​ເຮັດ​ໃຫ້​ປະຊາຊົນ​ບ້ານ​ນາທາມ ​ແລະ ບ້ານ​ໃກ້​ຄຽງ​ຕ່າງ​ມີ​ຄວາມ​ກັງວົນ​ວ່າ​ໜອງ​ນ້ຳທີ່​ເປັນ​ອູ່​ເຂົ້າອູ່​ປາ​ທີ່ ​ອຸດົມສົມບູນ​ມາ​ແຕ່​ດຶກ​ດຳ​ບັນ​ແຫ່ງ​ນີ້ ຈະ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຈິງ​ຈັງ​ຈາກ​ພາກ​ສ່ວນ ກ່ຽວ​ຂ້ອງ.
       ປະຊາຊົນ ​ທ່ານ​ໜຶ່ງ​ຢູ່​ບ້ານ​ນາທາມ ກ່າວ​ວ່າ: ປັດຈຸບັນ​ນີ້, ປະຊາຊົນ​ຍັງ​ບໍ່​ຮູ້​ຜົນ​ການ​ວິ​ເຄາະ​ນ້ຳ ​ແລະ ບໍ່​ມີ​ພາກສ່ວນ​ກ່ຽວ ຂ້ອງ​ໃດໆ​ເຂົ້າມາ​ໃຫ້ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ແກ້​ໄຂ​ຕໍ່​ສະພາບ​ເກີດ​ ຂຶ້ນຢ່າງ​ຈິງ​ຈັງ ຍັງ​ຖື​ເປັນ​​ເລື່ອງ ທຳ​ມະ​ດາ​ຢູ່, ​ແຕ່​ສຳລັບ​ປະ ຊາຊົນ​ບ້ານ​ນາທາມ ​ແລະ ບ້ານ​ໃກ້​ຄຽງ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ​ໃນ​ການ​ທຳ​ມາ​ຫາ​ກິນ ​ແລະ ດຳ ລົງ​ຊີວິດ​ໃນ​ແຕ່​ລະ​ມື້
​ເນື່ອງ​ຈາກ​ປະຊາຊົນ​ສ່ວນ​ຫລາຍ​ແມ່ນ​ດຳ ລົງ​ຊີວິດ​ຕິດ​ພັນ​ກັບ​ໜອງ​ນ້ຳທຳ​ມະ​ຊາດ​ແຫ່ງ​ນີ້ມາ​​ຫລາຍ​ຊົ່ວ​ຄົນ​ແລ້ວ,​ ເປັນ​ແຫ​ລ່ງ ອາຫານ​ອູ່​ເຂົ້າ ອູ່​ປາ​ທີ່​ອຸດົມສົມບູນ,ບາງ​ຄອບ ຄົວ​ອາ​ໄສ​ການ​ຫາ​ປາ​ຢູ່​ໜອງ​ນ້ຳ​ແຫ່ງ​ນີ້​ເພື່ອ​ລ້ຽງ​ຄອບຄົວ​​ໄປ​ວັນໆ, ​ແຕ່​ພາຍຫລັງ​ເກີດ​ສະພາບ​ປາຕາຍ​ມານີ້,ປະຊາຊົນ​ກໍ​ບໍ່​ກ້າ​ໄປ​ຫາ​ປາ ​ແລະ ອາຫານ​ຕ່າງໆ​ຢູ່​ບໍລິ​ເວນ​ໜອງ​ນ້ຳມາ​ບໍລິ​ໂພ​ກອີກ​​ ​ເພາະ​ຢ້ານ​ເກີດ​ອັນຕະລາຍ​ຕໍ່​ສຸຂະ ພາບ ​ແລະ ມາ​ຮອດ​ດຽວນີ້ໜອງ​ດັ່ງກ່າວ​ແມ່ນ​ບໍ່​ມີ​ປາ​ບ້ອນ​ໃຫ້​ເຫັນ​ແລ້ວ ຍ້ອນ​ວ່າ​ມັນ​ຕາຍ​ໝົດ. ດັ່ງນັ້ນ ຈຶ່ງ​ສະ​ເໜີ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ລົງ​ໄປ​ຊ່ວຍ​​ແກ້​ໄຂ​ບັນ ຫາ​ທີ່​ເກີດ​ຂຶ້ນ​ໂດ​ຍ​ໄວ ​ເພື່ອ​ແກ້​​ຄວາມ​ເດືອດຮ້ອນ ​ແລະ ຄວາມ​ລຳບາກ​ຂອງ​ປະຊາຊົນ​ໃຫ້​ຫລຸດ​ລົງ.
      ໜອງ​ຫານ​ແມ່ນ​ໜອງ​ນ້ຳທຳ​ມະ​ຊາດ, ມີ​ເນື້ອທີ່ 200 ກວ່າ​ເຮັກ ຕາ, ນັບ​ແຕ່​ປີ 2009 ​ໄດ້​ມີ​ການ​ກໍ່ ສ້າງ​ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນ ລາວ-ອິນ​ໂດ​ຊາຍ​ນາ ​ແລະ ປ່ອຍ​ນ້ຳ​ເປື້ອນຈາກ​ການ​ຜະລິດ​ຈາກ​ໂຮງງານ​ລົງ​ສູ່​ຄອງ​ນ້ຳ ​ແລະ ​ໄຫລ​ລົງ​ສູ່​ໜອງ​ຫານ ຈຶ່ງ​ເຮັດ​ໃຫ້​ມີ​ປາ​ຕາຍ​ຢູ່​ໜອງ​ນ້ຳດັ່ງກ່າວ​ເປັນ​ຈຳນວນ​ຫລາຍ ​ແລະ ບໍລິສັດ​ໄດ້​ສະ​ແດງ​ຄວາມ​ຮັບຜິດຊອບໂ​ດຍ​ການ​ນຳ​ເອົາ​ລູກ​ປາ​ຈຳນວນ 5 ​ແສນ​ໂຕມາ​ປ່ອຍ​ທົດ​ແທນ​ຄືນ​ເປັນ​ເວລາ 3 ປີ​ຊ້ອນ ​ແລະ ​ມາ​ຮອດ​ດຽວນີ້ພັດເກີດ​ມີ​ປາ​ຕາຍ​ອີກ​ເທື່ອ​ໃໝ່ ​​ແລະ ​ຍັງ​ບໍ່​ມີ​ພາກສ່ວນ​ໃດ​ມາຊ່ວຍ​ແກ້​ໄຂ.

No comments:

Post a Comment